ພາກວິຊາຄູວິສະວະກຳກົນຈັກ

ກອງປະຊຸມໃຫຍ່ ຂອງຄະນະພັກຮາກຖານສະຖາບັນພັດທະນາອາຊີວະສຶກສາ ໄດ້ໄຂຂຶ້ນໃນຕອນບ່າຍ ຂອງວັນທີ 25 ທັນວາ 2024 ເວລາ 13: 30 ນາທີ ແລະ ໄດ້ດໍາເນີນໄປເປັນເວລາເຄິ່ງວັນ;

 


  
 ກອງປະຊຸມໃຫຍ່ ຂອງຄະນະພັກຮາກຖານສະຖາບັນພັດທະນາອາຊີວະສຶກສາ ໄດ້ໄຂຂຶ້ນໃນຕອນບ່າຍ ຂອງວັນທີ 25 ທັນວາ 2024 ເວລາ 13: 30 ນາທີ ແລະ ໄດ້ດໍາເນີນໄປເປັນເວລາເຄິ່ງວັນ; ໂດຍການເປັນປະທານຂອງ ສະຫາຍ ຮສ ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ; ມີສະຫາຍ ຮສ ປອ ບຸນເສັງ ຄຳມຸນຕີ ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ, ແລະ ສະຫາຍ ປອ ຕຸດາວັນ ໝໍ່ເມືອງເສດ ກຳມະການພັກປະຈຳກະຊວງ ຫົວໜ້າກົມກົມຈັດຕັ້ງ ແລະ ພະນັກງານ ເປັນຄະນະປະທານ; ກອງປະຊຸມມີຜູ້ແທນສົມບູນເຂົ້າຮ່ວມ 39 ສະຫາຍ, ຍິງ 20 ສະຫາຍ, ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 62 ສະຫາຍ, ຍິງ 21 ສະຫາຍ; ແຂກຖືກເຊີນ 13 ສະຫາຍ, ຍິງ 2 ສະຫາຍ; ຜູ້ແທນກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບ, ໄດ້ສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ເຮັດໃຫ້ກອງປະຊຸມດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ສໍາເລັດຕາມຄາດໝາຍທີ່ວາງໄວ້.
        ກອງປະຊຸມໃຫຍ່ ຂອງຄະນະພັກຮາກຖານສະຖາບັນພັດທະນາອາຊີວະສຶກສາ ຄັ້ງນີ້ ໄດ້ລົງປະຊາມະຕິເປັນເອກະສັນຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນ ດັ່ງນີ້:
1. ກອງປະຊຸມໃຫຍ່ ໄດ້ຜ່ານ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງ ແລະ ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານຊຸດເກົ່າ; ຊຶ່ງກອງປະຊຸມໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ - ຊີ້ນໍາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ແຕ່ປີ 2019-2024 ຜ່ານມາ, ພ້ອມນີ້ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາທິດທາງແຜນການ 5 ປີ ນັບແຕ່ປີ 2024-2029 ຊຶ່ງມີເນື້ອໃນຕົ້ນຕໍ ດັ່ງນີ້:
_ ສືບຕໍ່ນໍາພາ-ຊີ້ນໍາ ວຽກງານດ້ານການເມືອງ-ແນວຄິດ ໂດຍສະເພາະແມ່ນ ດ້ານຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດຂອງສະມາຊິກພັກ, ພະນັກງານ, ຖືເອົາການດໍາເນີນຊີວິດການເມືອງ, ການຕໍ່ານິກໍ່ສ້າງ, ການຄົ້ນຄວ້າເຊື່ອມຊຶມບັນດາ ແນວທາງ ນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ເອກະສານອື່ນໆ ທີ່ຕິດພັນກັບໜ້າທີ່ວຽກງານວິຊາສະເພາະ;
_ ນໍາພາ-ຊີ້ນຳວຽກງານກົງຈັກການຈັດຕັ້ງ, ພະນັກງານ ແລະ ປັງປຸງກໍ່ສ້າງພັກ;
_ ນໍາພາ-ຊີ້ນຳວຽກງານວິຊາສະເພາະ ເຊັ່ນ: ວຽກງານກໍ່ສ້າງຄູ ແລະ ຝຶກອົບຮົມ, ວຽກງານພັດທະນາຫຼັກສູດ ແລະ ສື່ ການຮຽນ-ການສອນ, ວຽງານຄົ້ນຄວ້າ ແລະ ພັດທະນາ.
    2. ກອງປະຊຸມໄດ້ຟັງການປະກອບຄໍາເຫັນ ແລະ ອວຍພອນກອງປະຊຸມໃຫຍ່ ເນື້ອໃນລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ ຕໍ່ບົດລາຍງານການເມືອງ, ທິດທາງ, ແຜນການ, ເຊິ່ງສ່ວນຫຼາຍໄດ້ລົງເລິກລາຍງານຜົນສໍາເລັດ ແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ Il ຂອງຄະນະພັກຮາກຖານ; ວຽກງານທີ່ພົ້ນເດັ່ນຂອງສາມອົງການຈັດຕັ້ງມະຫາຊົນ ໃນການຈັດຕັ້ງປະຕິບັດຄຳຂວັນ 3 ດີ, 4 ບຸກ ແລະ 5 ເປັນເຈົ້າ ແລະ ຂະບວນການຕ່າງໆ ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຂຶ້ນຕື່ມ;
3. ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະພັກຮາກຖານສະຖາບັນພັດທະນາອາຊີວະສຶກສາ ໄດ້ເລືອກເອົາເລຂາ 1 ສະຫາຍ, ຮອງເລຂາ 1 ສະຫາຍ ແລະ ຄະນະພັກ, ປະທານກວດກາ 1 ສະຫາຍ ແລະ ຮອງປະທານກວດກາ ດັ່ງນີ້:
1) ສະຫາຍ ຮສ ປອ ບຸນເສັງຄໍາມຸນຕີ ເປັນເລຂາ ຄະນະພັກຮາກຖານ
2) ສະຫາຍ ນ. ພຸດທະສອນ ວິຈິດຕຣາ ເປັນ ຮອງເລຂາ
3) ສະຫາຍ ທອງຄໍາ ຈັນສະຫວ່າງ ເປັນປະທານກວດກາ
4) ສະຫາຍ ປອ ປັດຊະຍາທິລະສັກ ເປັນຮອງປະທານກວດກາ
ແລະ ເລືອກເອົາ 2 ສະຫາຍ ເປັນກຳມະການຄະນະພັກຮາກຖານ
1) ສະຫາຍ ສາຍພິນ ຫຼວງພົນ ເປັນກຳມະການຄະນະພັກຮາກຖານ
2) ສະຫາຍ ນ. ສົມພະລັງ ໂງ່ນເພັດສີ ເປັນກຳມະການຄະນະພັກຮາກຖານ
ກອງປະຊຸມໃຫຍ່ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຮສ ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ; ເຊິ່ງສະຫາຍໄດ້ສະແດງຄວາມຢື້ຢາມຖາມຂ່າວ, ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາ-ຊີ້ນໍາສະມາຊິກພັກ, ພະນັກງານ ປະຕິບັດໜ້າທີ່ການ ເມືອງຂອງຕົນ, ຍາດໄດ້ຜົນສໍາເລັດຫຼາຍດ້ານ; ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍ, ຮຽກ ຮ້ອງມາຍັງ ຄະນະພັກຮາກຖານຊຸດໃໝ່, ສະມາຊິກພັກ, ພະນັກງານ ແລະ ອາດີດການນໍາຂອງສະຖາບັນ ເອົາໃຈໃສ່ບາງບັນຫາສໍາຄັນ ດັ່ງນີ້:
ຮຽກຮ້ອງໃຫ້ຄະນະພັກຮາກຖານຊຸດໃໝ່ ສືບຕໍ່ເອົາໃຈໃສ່ວຽກງານດ້ານການເມືອງ-ແນວຄິດໃຫ້ມີຄວາມອຸ່ນອ່ຽງທຸ່ນທ່ຽງໂດຍສະເພາະແມ່ນ ວຽກງານການສ້າງແຜນພັດທະນາ ສະຖາບັນພັດທະນາອາຊີວະສຶກສາຕາມວຽກງານວິຊາສະເພາະຂອງຕົນເອງຮັບຜິດຊອບເປັນຕົ້ນແມ່ນ: ວຽກງານກໍ່ສ້າງພະນັກງານ, ການວິເຄາະບັນຫາ, ວຽກງານການສ້າງຄູ, ວຽກງານດ້ານວິຊາສະເພາະ, ວຽກງານດ້ານການພັດທະນາຫຼັກສູດ, ວຽກງານຄົ້ນຄວ້າວິທະຍາສາດ, ວຽກງານການແກ້ໄຂການຂາດແຄນນັກຮຽນ, ວຽກງານປະກັນຄຸນນະພາບ, ວຽກງານການບໍລິການດ້ານວິຊາການ, ວຽກງານປ້ອງກັນພາຍໃນ, ວຽກງານດ້ານອົງການຈັດຕັ້ງມະຫາຊົນ, ວຽກງານພັກ, ວຽກງານດ້ານການຄຸ້ມຄອງການເງິນ, ວຽກງານດ້ານການພົວພັນຕ່າງປະເທດ, ວຽກງານນິຕິກຳ ແລະ ວຽກງານດ້ານອື່ນໆ.
ພ້ອມກັນນັ້ນ, ທ່ານຍັງເນັ້ນໃຫ້ມີຄວາມສາມັກຄີພາຍໃນ, ໃຫ້ມີຄວາມໜັກແໜ້ນທາງພາຍໃນ ແລະ ພາຍນອກ, ມີຄວາມອົດທົນຕໍ່ທຸກຂໍ້ຫຍຸ້ງຍາກ, ເຊື່ອໝັນຕໍ່ການນຳພາຂອງພັກ-ການຈັດຕັ້ງໂດຍເລີ່ມຈາກເຊື້ອໝັ້ນຕໍ່ຕົນເອງ, ເອົາໃຈໃສ່ການບໍລິໂພກສື່, ການສ້າງຄູໃຫ້ເປັນຕົວແບບໃຫ້ແກ່ຜູ້ຮຽນສອນນັກຮຽນໃຫ້ມີຄວາມຮູ້, ຄວາມສາມາດ, ມີຈັນຍາບັນ,ຈັນຍາທຳ, ເອົາໃຈໃສ່ຕໍ່ການພັດທະນາຕົນເອງໃຫ້ເປັນຄົນດີ ແລະ ຄົນເກັ່ງ;
ກອງປະຊຸມໄດ້ປິດລົງຢ່າງເປັນທາງການວັນເວລາ 17ໂມງ 05 ນາທີ ຂອງວັນດຽວກັນ
        The General Meeting of the Party Committee of the Vocational Education Development Institute was held on the afternoon of December 25, 2024 at 1:30 p.m. and lasted half a day; chaired by Comrade H.E. Dr. Phut Simmalavong, Member of the Party Central Committee, Secretary of the Ministry's Party Committee, Minister of Education and Sports; Comrade H.E. Dr. Bounseng Khammunthi, Member of the Ministry's Party Committee, Secretary of the Party Committee, and Comrade H.E. Dr. Tudavanh Kutmuangset, Member of the Ministry's Party Committee, Head of the Organization and Personnel Department, presided over the meeting; the meeting was attended by 39 delegates.Comrades, 20 women, representing a total of 62 party members, 21 women; 13 invited guests, 2 women; the conference delegates raised their responsibilities, focused their wisdom on researching and commenting, making the conference proceed in a lively atmosphere and complete according to the set goals.  The General Meeting of the Party Committee of the Vocational Education Development Institute unanimously approved the following important contents:
1. The Congress passed and approved the draft political report and the draft survey on the overall leadership of the old grassroots party committee; the congress evaluated the strengths, weaknesses, shortcomings, causes, and lessons learned in leading and guiding and implementing the resolutions of the Second Congress from 2019-2024. The congress also unanimously approved the direction of the 5-year plan from 2024-2029, which has the following main contents.
_ Continue to lead and supervise political and ideological work, especially in terms of political qualities and revolutionary moral qualities of party members and cadres, taking on political life, building up, researching and absorbing all guidelines, policies, resolutions, orders, party regulations, state laws and other documents related to specific professional duties;
_ Lead and supervise the work of the organization, staff, and party building;
_ Lead and supervise specialized tasks such as teacher education and training, curriculum development and teaching media, and research and development.
    2. The meeting listened to the comments and wishes of the General Assembly. The contents all showed unity on the political report, direction, and plan, most of which deeply reported on the achievements of the implementation and implementation of the resolution of the 1st General Assembly of the Party Committee; the outstanding work of the three mass organizations in implementing the slogans of 3 Good, 4 People, and 5 Ownership and various processes made the meeting more rich in content;
3. The inaugural meeting of the Party Committee of the Vocational Education Development Institute elected 1 secretary, 1 deputy secretary and the Party Committee, 1 chairman of the inspection committee and the deputy chairman of the inspection committee as follows:
1) Comrade Professor Bounseng Khammunti is the Secretary of the Grassroots Party Committee
2) Comrade N. Phuttasone Wichitra is the Deputy Secretary
3) Comrade Thongkham Chansavang is the chairman of the inspection.
4) Comrade Dr. Phatthayathirasak is the Vice Chairman of the Inspection              And elected 2 comrades as members of the grassroots party committee
1) Comrade Saypin Luangphon is a member of the grassroots party committee
2) Comrade Somphalang ngonphetsi is a member of the grassroots party committee
The General Assembly heard a speech from Comrade Phout Simmalavong, Member of the Party Central Committee, Secretary of the Party Committee, Minister of Education and Sports; in which he expressed his gratitude for the news, expressed his appreciation for the leadership and guidance of Party members and staff in carrying out their political duties, and achieved many achievements; at the same time, he also expressed his concern, calling on the new grassroots Party Committee, Party members, staff and former leaders of the institution to pay attention to some important issues as follows:
The new grassroots Party Committee is requested to continue to pay attention to political and ideological work to maintain a stable trend, especially the work of developing a development plan for vocational education development institutions according to their own professional responsibilities, such as: staff training, problem analysis, teacher training, technical work, curriculum development, scientific research, solving student shortages, quality assurance, technical service work, internal defense work, mass organization work, party work, financial management work, foreign relations work, legal work and other work.
At the same time, he also emphasized internal unity, internal and external strength, patience in the face of all difficulties, firm faith in the leadership of the party and organization, starting with self-confidence, paying attention to media consumption, creating teachers as role models for teachers to teach students knowledge, ability, ethics, and morality, and paying attention to developing oneself to be a good and excellent person;
The meeting was officially closed at 5:05 p.m. on the same day.







Post a Comment

Previous Post Next Post